-

@ 1d7ff02a:d042b5be
2025-03-05 06:02:55
### ມະນຸດມີຄວາມຈະເລີນໄດ້ຍ້ອນຮູ້ຈັກສ້າງຄວາມຫມັ້ນຄົງໃນອະນາຄົດ
ມະນຸດເຮົາສ້າງຄວາມຈະເລີນຮຸ່ງຮອງໄດ້ກໍຍ້ອນການສ້າງຄວາມຫມັ້ນຄົງໃນກະນາຄົດ ເຊິ່ງສະແດງອອກຢູ່ໃນ ຈາກແຕ່ກ່ອນຕ້ອງອອກໄປ ຫາອາຫານ ລ່າສັດ ເພື່ອເປັນພະລັງງານໃນການມີຊີວິດ ຈົນຮູ້ເຮົາຮູ້ຈັກການເກັບດອງອາຫານໃຫ້ກິນຍາວນານຂຶ້ນ, ຈາການຫາອາຫານເພື່ອຕົວເອງຢ່າງດຽວ ກໍຮູ້ຈັກການແລກປ່ຽນ (barter trade) ເຮັດໃຫ້ໄດ້ສິນຄ້າທີ່ຕົວເອງຕ້ອງການ ໂດຍບໍ່ຕ້ອງໃຊ້ເວລາທັງຫມົດໄປກັບການຫາ ຫລື ຜະລິດສິ່ງນັ້ນ ແລະ ສຸດທ້າຍເຮົາກໍຮູ້ຈັກເລືອກສິນຄ້າທີ່ມີຄວາມຫມັ້ນຄົງ ແລະ ຜະລິດຍາກ ມາເປັນເງິນ ເພື່ອໃຊ້ເປັນ ສື່ກາງ ໃນການແລກປ່ຽນ ຈົນແຕ່ລະຄົນມີເວລາໃນການໂຟກັສ ພັດທະນາທັກສະທີ່ຕົວເອງສົນໃຈຈົນມີຄວາມຊຳນານກວ່າຄົນທົ່ວໄປ ເຮັດໃຫ້ສາມາດຜະລິດສິນຄ້າ ແລະ ບໍລິການ ທີ່ມີຄຸນນະພາບ ແລະ ລາຄາຖືກລົງ. ປະກົດການເຫລົ່ານີ້ເກີດຂຶ້ນໄດ້ຍ້ອນເຮົາມີຄວາມຫມັ້ນຄົງໃນອະນາຄົດດ້ວຍເງິນເກັບ ຈົນມີເວລາຈະລອງຜິດລອງຖືກໄດ້.
ແຕ່ຫລັງຈາກທີ່ເຮົາອອກຈາກ ມາດຕະຖານທອງຄຳ ກໍເຮັດໃຫ້ເງິນມັນເຊື່ອມຄ່າລົງໄປຕາມການເວລາ ຈົນເຮັດໃຫ້ຄົນເຫັນແກ່ເວລາອັນສັ້ນ, ຜະລິດສິນຄ້າ ແລະ ບໍລິການ ທີ່ບໍ່ໄດ້ຄຸນນະພາບ ເພາະຄິດແຕ່ວ່າຈະເຮັດແນວໃດເພື່ອຈະໄດ້ເງິນຫລາຍຂຶ້ນ ເພາະເງິນມັນເຊື່ອມມູນຄ່າລົງເລື່ອຍໆ ຈົນລືມຄິດໄປວ່າສິ່ງໃດແທ້ ທີ່ສຳຄັນໃນຊີວິດ ຈົນເກີດບັນຫາຕ່າງໆ ບໍ່ວ່າຈະເປັນສັງຄົມ ແລະ ເສດຖະກິດ.
> ບິດຄອຍ ບໍ່ໄດ້ເຮັດໃຫ້ທ່ານລວຍໄວຂຶ້ນ ແຕ່ມັນກຳລັງແກ້ບັນຫາພື້ນຖານຢ່າງການ ເກັບເງິນ ຢູ່ ເພາະປະຈຸບັນມະນຸດເກັບເງິນບໍ່ໄດ້ແລ້ວ ເພາະມູນຄ່າຂອງມັນຫລຸດລົງເລື່ອຍໆ
### ການ DCA ບິດຄອຍ
<img src="https://blossom.primal.net/7899fb7c4ccc478027ca38f12cf21730f46dbc8def7dec5a023f30539121b2ff.png">
ບິດຄອຍມີຄວາມຜັນຜວນເລື່ອງລາຄາຫລາຍ ກໍຍ້ອນເຮົາເບິ່ງໃນໄລຍະສັ້ນ ແຕ່ຖ້າເຮົາເບິ່ງມັນເປັນເຄື່ອງມືເກັບອອມເຮົາຈະເຫັນຄວາມຈິງ ບິດຄອຍຄືຄວາມຫມັ້ນຄົງ ແລະ ຕໍ່ຕ້ານການເຟີ້ຂອງເງິນ. ຕົວຢ່າງລຸ່ມນີ້ເປັນການຄຳນວນວ່າ ຖ້າເຮົາເກັບບິດຄອຍ ທຸກເດືອນ ຜ່ານໄປ 8 ປີ ມັນຈະມີມູນຄ່າເພີ່ມຂຶ້ນ 617% ຫລື ປະມານປີລະ 77% ໂດຍສະເລ່ຍ ເຊິ່ງມັນກໍບໍ່ໄດ້ເປັນໂຕເລກໂອເວີຫຍັງຫລາຍ ແຕ່ສາມາດເອົາຊະນະເງິນເພີ້ໄດ້ແລ້ວ ພຽງແຕ່ເກັບ ແລະ ບໍ່ຕ້ອງຄິດຫຍັງ.
### ເມື່ອເຮົາມີເງິນເກັບທີ່ຮັກສາມູນຄ່າໄດ້ ມັນເປັນຄົນລະເລື່ອງເລີຍໃນການໃຊ້ຊີວິດ ແລະ ວິທີຄິດ
ຄົນຈະມີຄວາມຄິດການໄກຫລາຍຂຶ້ນ, ມີເວລາຄິດທົບທວນເລື່ອງຕ່າງໆໃນຊີວິດຢ່າງລະອຽດຖີ່ຖ້ວນ ແລະ ຕັດສິນໃຈແບບມີເຫດມີຜົນ. ຄົນຈະເລືອກເຮັດວຽກມີຢາກເຮັດ ເຖິງວ່າລາຍໄດ້ອາດຈະຫນ້ອຍ ແຕ່ເງິນເກັບສາມາດຮັກສາມູນຄ່າຂຶ້ນໄດ້ເລື່ອຍໆ, ເຮົາຈະມີເວລາໃຫ້ກັບຄອບຄົວຫລາຍກວ່າ ເພາະບໍ່ໄດ້ແລ່ນຕາມວຽກເພື່ອຈະໄດ້ລາຍຮັບເພີ່ມຂຶ້ນຕາມການເຊື່ອມຄ່າຂອງເງິນ. ຄົນຈະໃຫ້ຄວາມສຳຄັນກັບສຸຂະພາບຫລາຍຂຶ້ນ ເພາະສຸດທ້າຍແລ້ວເຮົາຈະເຂົ້າໃຈວ່າສຸຂະພາບນີ້ແລະ ສຳຄັນສຸດ.
ຈາກຄວາມຮູ້ສຶກຂອງຕົວຂ້ອຍເອງມັນເຮັດໃຫ້ ມີຄວາມຫວັງ ແລະ ຕື່ນເຕັ້ນທີ່ຈະໄດ້ໃຊ້ຊີວິດໄປໃນການນາຄົດ ເພາະຮູ້ສຶກວ່າມີຄວາມຫມັ້ນຄົງ ຈາກການຄ່ອຍໆເກັບ ບິດຄອຍ ໂດຍມີເປົ້າຫມາຍເຮັດແນວໃດ ຈະໄດ້ໃຊ້ເວລາທີ່ເຫລືອຢູ່ ເກັບຄົນທີ່ເຮົາຮັກ, ເຮັດສິ່ງທີ່ມັກ ແລະ ມີສຸຂະພາບດີຈົນຈາກໂລກນີ້ໄປໃຫ້ເຈັບປວດຫນ້ອຍທີ່ສຸດ.